ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ ໄດ້ນາຍົກລັດຖະມົນຕີຄົນໃໝ່ຢ່າງເປັນທາງການ


ທ່ານ ຮຸນ ມາເນັດ

     ຕາມຂ່າວສານ ຊິນຮວາ ລາຍງານວັນທີ 22 ສິງຫາ ນີ້ວ່າ: ທ່ານ ຮຸນ ມາເນັດ, ເກີດວັນທີ 20 ຕຸລາ 1977, ເປັນລູກຊາຍກົກຂອງ ຮຸນແຊນ ສົມ
ເດັດ ເຕໂຊ ຮຸນເຊນ. ທ່ານ ມາເນັດ ແມ່ນຄົນກຳປູເຈຍ ຜູ້ທຳອິດທີ່ຮຽນຈົບ ຈາກວິທະຍາຄານການທະຫານ West Point ສ ອາເມຣິກາ, ຮຽນຈົບ
ໃນລະດັບປະລິນຍາໂທ ແລະ ປະລິນຍາເອກ ຂະແໜງເສດຖະກິດ ຢູ່ ອາເມຣິກາ ແລະ ອັງກິດ.

     ກ່ອນໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ກຳປູເຈຍ, ທ່ານ ມາເນັດ ໄດ້ດຳລົງຕຳແໜ່ງຮອງຜູ້ບັນຊາການໃຫຍ່ກຳລັງປະກອບອາ
ວຸດລາ ຊະອານາຈັກ ກຳປູເຈຍ ທັງເປັນຜູ້ບັນຊາການໃຫຍ່ກອງທັບ ກຳປູເຈຍ. ນອກຈາກບັນດາຕຳແໜ່ງສຳຄັນໃນກອງທັບແລ້ວ, ທ່ານ ຮຸນ ມາເນັດ
ຍັງໄດ້ເລືອກຕັ້ງເປັນກຳມະການບໍລິຫານພັກປະຊາຊົນ ກຳປູເຈຍ (CPP) ໃນປີ 2018.

     ພະບາດສົມເດັດພະບໍລົມມະນຽດ ໂນໂຣດົມ ສີຫາໂມນີ ເຊື່ອໝັ້ນວ່າ: ລັດຖະບານໃໝ່ ໂດຍ ທ່ານ ຮຸນ ມາເນັດ ເປັນນາຍົກລັດຖະມົນຕີ ຈະສົມ
ກັບຄວາມໄວ້ເນື້ອເຊື່ອໃຈຂອງສະພາແຫ່ງຊາດ, ສືບຕໍ່ນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບ, ການພັດທະນາເສດຖະກິດໃຫ້ແກ່ກຳປູເຈຍ. ພ້ອມ
ທັງຮຽກຮ້ອງໃຫ້ປະຊາ ຊົນກຳປູເຈຍຈົ່ງສາມັກຄີເປັນ ເອກະພາບກັນ, ໂດຍອີງໃສ່ນ້ຳ ໃຈໄກ່ເກ່ຍປອງດອງຊາດ.

     ໃນຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ໄດ້ລົງຄະແນນສຽງຮັບຮອງເອົາໂຄງຮ່າງກົງຈັກການນຳສະພາແຫ່ງ
ຊາດ, ນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຊຸດໃໝ່, ພາຍຫຼັງການເລືອກຕັ້ງທົ່ວປະເທດໄດ້ສໍາເລັດແຕ່ ວັນທີ 23 ກໍລະກົດ ຜ່ານມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 24/08/2023